Épisodes

  • ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ Weekly Wrap 21 Feb 2026
    Feb 20 2026
    · ລັດຖະບານກາງຢືນຢັນວ່າ ຈະບໍ່ໃຫ້ການສະຫນັບສະຫນູນ ຄູ່ຜົວເມັຍແລະລູກໆ ຂອງນັກຮົບກຸ່ມ IS ໃຫ້ກັບບ້ານ. · ນັກຫລິ້ນສະກີແປດຄົນ ເສັຍຊີວິດ ຫລັງຈາກຫິມະຖລົ່ມ (Avalanche) ໃນ California. ແລະຂ່າວກິລາ · ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ.
    Afficher plus Afficher moins
    10 min
  • ຜູ້ເຄີຍມີສ່ວນກ່ຽວຂ້ອງກັບ IS ຖືກສົ່ງໂຕກັບ Syria.
    Feb 20 2026
    ຜູ້ຍິງ ແລະເດັກນ້ອຍ ຊາວອອສເຕຣເລັຍ ກຸ່ມສຸດທ້າຍ ທີ່ມີຄວາມກ່ຽວຂ້ອງກັບກຸ່ມ I-S ໄດ້ຖືກສົ່ງກັບຄືນໄປຫາຄ້າຍ Syria ຫລັງຈາກໄດ້ພະຍາຍາມກັບຄືນບ້ານ. ກຸ່ມນີ້ ໄດ້ອອກຈາກ al-Roj ຢູ່ພາກຕາເວັນອອກສ່ຽງເຫນືອ ຂອງປະເທດໃນຄືນນັ້ນ-ແຕ່ບັນຫາເລື່ອງການສື່ສານກັບ Damascus ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງກັບຄືນໄປທີ່ຄ້າຍ.
    Afficher plus Afficher moins
    8 min
  • ວັນຄົບຮອບ 60 ປີຂອງສະກຸນເງິນໂດລາ.
    Feb 20 2026
    ໃນວັນທີ 14 ກຸມພາ ປີ 1966, ຊາວອອສເຕຣເລັຍ ໄດ້ປະຖິ້ມ Pound, Shilling ແລະ Pence ມາໃຊ້ Dollar ແລະ Cent-ຊຶ່ງເປັນການປ່ຽນແປງທີ່ໃຫຍ່ທີ່ສຸດໃນປວັດສາດຂອງປະເທດ. ການເຄື່ອນໄຫວນີ້ ເຮັດໃຫ້ພວກເຮົາສອດຄ່ອງກັບໂລກເທົ່ານັ້ນ, ແຕ່ຍັງຊ່ອຍເຮັດໃຫ້ການຄ້າ ແລະທຸຣະກັມ (Transactions) ປະຈໍາວັນງ່າຍຂຶ້ນ.
    Afficher plus Afficher moins
    8 min
  • ຄວາມສຳພັນທີ່ສຳຄັນລະຫວ່າງ ຂົນໃນງວງຊ້າງ ແລະ ຫຸ່ນຍົນ.
    Feb 20 2026
    ນັກຄົ້ນຄວ້າໄດ້ພົບວ່າ ຫນວດຊ້າງຄ້າຍຄືກັບໜວດແມວ ເຊິ່ງແຕກຕ່າງຈາກຂົນທີ່ແຂງກະດ້າງຂອງໜູ. ຫນວດຊ້າງ ມີຖານແຂງ ທີ່ຄ່ອຍໆປ່ຽນໄປເປັນປາຍອ່ອນໆ ເຊິ່ງເຮັດໃຫ້ພວກມັນ ຖູຜ່ານວັດຖຸໄດ້ງ່າຍ ໂດຍບໍ່ເຮັດໃຫ້ຫນວດຫັກ. ພວກມັນ ຍັງສາມາດຊອກຫາ ແລະກິນອາຫານຫຼາຍຮ້ອຍກິໂລ ໃນແຕ່ລະມື້ ໂດຍບໍ່ທໍາລາຍຂົນທີ່ມີຄ່າເຫຼົ່ານີ້, ຊຶ່ງຈະບໍ່ງອກຄືນອີກ ຖ້າມັນຫັກ. ການຄົ້ນພົບນີ້ ອາດນຳໄປສູ່ການສ້າງ ຫຸ່ນຍົນ ທີ່ມີສະມັດຖະພາບທີ່ສູງກວ່າ, ຕາມຄວາມເຫັນຂອງນັກວິດທະຍາສາດ.
    Afficher plus Afficher moins
    7 min
  • ຜົນກະທົບຢ່າງຕໍ່ເນື່ອງຈາກ Epstein Files.
    Feb 20 2026
    ຫຼັງຈາກການເປີດເຜີຍຂອງ Epstein Files, ມັນໄດ້ສ້າງຄວາມສັ່ນສະເທືອນຢ່າງກວ້າງຂວາງ ບໍ່ພຽງແຕ່ໃນອາເມຣິກາເທົ່ານັ້ນ. ມັນຍັງສ້າງຄວາມສັ່ນສະເທືອນເຖິງປະເທດອັງກິດ -ໍວ່າຈະເປັນທາງການເມືອງ ຫຼືຣາຊວັງ Buckingham Palace. ໃນຂນະດຽວກັນ Ghislaine Maxwell ປະຕິເສດທີ່ຈະຕອບຄຳຖາມຕໍ່ the Congressional Oversight Committee ໂດຍຫວັງວ່າການຕອບຄຳຖາມຂອງນາງ ຈະເປັນກາຍແລກປ່ຽນກັບການໄດ້ຮັບອະພັຍໂທດ.
    Afficher plus Afficher moins
    9 min
  • ການສນັບສນູນຜູ້ເປັນໂຣກມະເຮັງ.
    Feb 11 2026
    ຈາກການສໍາຫລວດເທື່ອຫຼ້າສຸດ ຂອງສະພາມະເລັງອອສເຕຣເລັຍ (the Cancer Council Australia), ຊຶ່ງແນະນໍາວ່າ ພາລະຫນັກຫນ່ວງທາງການເງິນ ແມ່ນມາຈາກຄ່າການປິ່ນປົວໂດຍກົງ ແລະລາຍຈ່າຍທາງອ້ອມ ໃນທຸກຂັ້ນຕອນ ຂອງການຜ່ານຜ່າໂຣກມະເລັງ. ເກືອບ 99 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ ຕ້ອງເສັຍຄ່າໃຊ້ຈ່າຍເອງ, ແມ່ນແຕ່ຕອນທີ່ໄດ້ຮັບການດູແລ ສາທາຣະນະກໍຕາມ.
    Afficher plus Afficher moins
    10 min
  • ການຊຸມນຸມປະທ້ວງ ICE ໃນ ອາເມຣິກາ.
    Feb 11 2026
    ຜູ້ນໍາຊາວພື້ນເມືອງ ແລະສະມາຊິກໃນຊຸມຊົນໃນເມືອງ Minneapolis ໄດ້ຈັດພິທີລະນຶກ ເພື່ອເປັນກຽດແກ່ສອງຄົນ ທີ່ຖືກຍິງຕາຍ ໂດຍເຈົ້າຫນ້າທີ່ ICE. ໃນຂນະດຽວກັນກໍມີການໂຕ້ແຍ້ງທາງການເມືອງຢ່າງຮຸນແຮງກ່ຽວກັບ ງົບປະມານຂອງ ICE ແລະ ທັງສອງພັກກໍຕິຕຽນຝ່າຍກົງກັນຂ້າມ ໃນຂນະທີ່ການປາບປາມຍັງຄົງດຳເນີນຕໍ່ໄປ.... ແລະການເຈຣະຈາເລືອງເງິນຊ່ອຍເຫຼືອກໍຍັງອີກບໍ່ເທົ່າໃດມື້ທີ່ຈະບັນລຸ.
    Afficher plus Afficher moins
    8 min
  • ການເລືອກຕັ້ງກາງວາຣະ ໃນ ອາເມຣິກາ.
    Feb 11 2026
    ໂດຍທີ່ມີການເລືອກຕັ້ງກາງວາຣະ (Midterm Elections) ທີ່ຈະມີຂຶ້ນໃນປາຍປີນີ້ ໃນສະຫະຣັດອາເມຣິກາ, ພັກ Republican ແລະພັກ Democrat ໃນບາງຣັດ ກໍພະຍາຍາມຫາທາງໄດ້ປຽບ. ແຕ່ມີການເຄື່ອນໄຫວ ໃນການອອກກົດຫມາຍ ທີ່ສາມາດໃຫ້ພັກໄດ້ປຽບຄືກັນ, ຊຶ່ງເປັນກົດຫມາຍທີ່ Democrats ກ່າວວ່າ ຖືກອອກແບບເພື່ອກີດກັນ ຜູ້ອອກສຽງເລືອກຕັ້ງຂອງກຸ່ມນ້ອຍ.
    Afficher plus Afficher moins
    15 min